アジア翻訳のロゴ

ແປພາສາລາວ

laos

ຈຸດຍຸດທະສາດຂອງຂົງເຂດລຸ່ມແມ່ນໍ້າຂອງ

ビエンチャンປະເທດລາວເປັນປະເທດທີ່ນ້ອຍ ແຕ່ວຽກແປພາສາລາວກໍ່ມີຢູ່ຢ່າງສະໝໍ່າສະເໝີ. ບໍລິສັດພວກເຮົາ ໄດ້ແປເອກະສານການສໍາມະນາຂອງອົງການພັດທະນາສາກົນແຫ່ງສະຫະລັດອາເມລິກາ (USAID) ຈາກພາສາອັງກິດເປັນພາສາລາງ. ນອກນັ້ນກໍ່ຍັງໄດ້ແປບົດລາຍງານການສໍາຫຼວດກ່ຽວກັບການພັດທະນາບໍ່ແຮ່ທີ່ພິມອອກໂດຍອົງການລັດຂອງປະເທດຍີ່ປຸ່ນ ຈາກພາສາຍີ່ປຸ່ນເປັນພາສາລາວ.

ສ່ວນວຽກແປພາສາຍ່ອຍກໍ່ມີແບບສອບຖາມເພື່ອການຄົ້ນຄວ້າ, ເອກະສານແນະນໍາໂຮງຮຽນວິຊາຊີບຂອງຍີ່ປຸ່ນ, ໂຄສະນາຂອງບໍລິສັດໂທລະຄົມຂອງໄທແລະອື່ນໆ ລວມໄປເຖິງການແປບົດຂອງລາຍການໂທລະພາບ.

ປະເທດລາວເປັນປະເທດທີ່ບໍ່ມີຊາຍແດນຕິດຈອດກັບທະເລ ແຕ່ມີຊາຍແດນຕິດກັບປະເທດມຽນມາ, ໄທ, ຈີນ, ກໍາປູເຈຍແລະຫວຽດນາມ ເຮັດໃຫ້ປະເທດລາວເປັນຈຸດຍຸດທະສາດຂອງບັນດາປະເທດລຸ່ມແມ່ນໍ້າຂອງ. ເພາະສະນັ້ນ ການຄ້າໂດຍທາງບົກຈຶ່ງເປັນທຸລະກິດທີ່ແຜ່ຫຼາຍ ພາໃຫ້ລາວມີຄວາມສໍາຄັນໃນດ້ານພາສີຜ່ານແດນ. ໃນຕົ້ນປີ 2016 ບໍລິສັດພວກເຮົາໄດ້ຮັບແປເອກະສານແລະແປປາກເປົ່າໃຫ້ແກ່ການສໍາມະນາໃຫ້ບັນດາພະນັກງານພາສີລາວ ທີ່ທາງກະຊວງການເງິນຂອງປະເທດຍີ່ປຸ່ນໄດ້ຈັດຂຶ້ນທີ່ພະແນກພາສີເມືອງ ໂອຊາກາ. ການສໍາມະນາດັ່ງກ່າວດໍາເນີນໄປເປັນເວລາ 5ວັນ ແຕ່ພວກເຮົາກໍ່ໄດ້ແປເອກະສານຈໍານວນຫຼວງຫຼາຍ ຈາກພາສາຍີ່ປຸ່ນແລະພາສາອັງກິດ ໄປເປັນພາສາລາວ; ນອກຈາກນັ້ນກໍ່ຍັງໄດ້ແປເອກະສານຂອງທາງຝ່າຍລາວທີ່ຂຽນເປັນພາສາລາວມາເປັນພາສາຍີ່ປຸ່ນນໍາອີກ. ໃນການສໍາມະນາຄັ້ງນີ້ ພວກເຮົາໄດ້ເຊີນນັກແປພາສາ 2ຄົນຈາກປະເທດລາວ ມາຜັດປ່ຽນກັນແປພາສາ. ຜົນທີ່ໄດ້ຮັບ ແມ່ນບັນດາພະນັກງານພາສີຄົນລາວທີ່ເຂົ້າຮ່ວມທັງ 16ທ່ານມີຄວາມຮູ້ສຶກອົບອຸ່ນໃຈ.

ຢູ່ພາກໃຕ້ຂອງປະເທດລາວ ມີຂົວຂ້າມນໍ້າຂອງທີ່ທາງລັດຖະບານຍີ່ປຸ່ນໃຫ້ການຊ່ວຍເຫຼືອກໍ່ສ້າງ ເພື່ອເຊື່ອມຕໍ່ກັບທະເລຈີນໃຕ້ໂດຍແລວທາງເສດຖະກິດຕາເວັນອອກ-ຕາເວັນຕົກທີ່ຜ່ານມຽນມາ, ໄທ, ລາວແລະ ຫວຽດນາມ. ໃນຕໍ່ໜ້າ ໂດຍອີງໃສ່ການພັດທະນາດ້ານເສດຖະກິດຂອງມຽນມາ, ຄາດວ່າ ໂອກາດດ້ານການດໍາເນີນທຸລະກິດອັນໃໝ່ ຢູ່ປະເທດລາວກໍ່ຈະເພີ່ມຂຶ້ນ. ທາງບໍລິສັດພວກເຮົາຫວັງເປັນຢ່າງຍິ່ງວ່າ ວຽກງານການແປພາສາກໍ່ຈະນັບມື້ນັບເພີ່ມຂຶ້ນເຊັ່ນກັນ.


Copyright©2015 Japan HR solutions. All rights reserved.